ພິທີສະຫຼຸບການຈັດຕັ້ງການຮຽນ-ການສອນ ແລະ ມອບຮັບໃບປະກາສະນິຍະບັດ ສົກຮຽນ 2023-2024 ຄັ້ງວັນທີ 27 ສິງຫາ 2024 - ວິທະຍາໄລເຕັກນິກລາວ-ເຢຍລະມັນ LGTC
“ວິທະຍາໄລເຕັກນິກລາວ-ເຢຍລະມັນ ເປັນຕົ້ນແບບ ແຫ່ງການພັດທະ ນາກຳລັງແຮງງານ ແລະ ນັກວິຊາການ ໃນຂະແໜງອຸດສາຫະກຳ ເພື່ອສະໜອງໃຫ້ແກ່ ພາລະກິດການພັດທະນາເສດຖະ ກິດ-ສັງຄົມຂອງປະ ເທດ”

Wednesday, October 16, 2024

ພິທີສະຫຼຸບການຈັດຕັ້ງການຮຽນ-ການສອນ ແລະ ມອບຮັບໃບປະກາສະນິຍະບັດ ສົກຮຽນ 2023-2024 ຄັ້ງວັນທີ 27 ສິງຫາ 2024

 



ໃນຕອນເຊົ້າ, ວັນທີ 27 ສິງຫາ 2024 ວິທະຍາໄລເຕັກນິກລາວ-ເຢຍລະມັນໄດ້ຈັດພິທີສະຫຼຸບການຈັດຕັ້ງການຮຽນ-ການສອນ ແລະ ມອບຮັບໃບປະກາສະນິຍະບັດ ປະຈຳສົກຮຽນ 2023-2024 ໃຫ້ແກ່ນັກສຶກສາ ລະດັບຊັ້ນກາງ ແລະ ຊັ້ນສູງຈຳນວນ 357 ຄົນ. ໃຫ້ກຽດເປັນປະທານໂດຍ ທ່ານ ສາຍຄຳ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ແລະ ທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີບັນດາຄະນະພາກວິຊາ, ຫົວໜ້າພະແນກ, ຮອງພະແນກ, ຄູ-ອາຈານ, ແຂກຈາກພາກສ່ວນສະຖານປະກອບການ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.










No comments:

Post a Comment